About Us

ເລີ່ມສາຂາທຳອິດແຕ່ປີ 2021

Our Story

ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທີຄອຟຈະຕອບໂຈດທ່ານທີ່ສຸດ

ທີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

Our Vision

ທີຄອຟຂອງເຮົາມີວິໄສທັດທີ່ຈະສ້າງແບຣນກາເຟເປັນອັນດັບໜຶ່ງໃນລາວ ແລະ ໃນພູມມິພາກອາຊີໂດຍແບ່ງອອກເປັນ 3 ໄລຍະດັ່ງນີ້:

I. ຂະຫຍາຍສາຂາໃຫ້ຄວບຄຸມຕົວເມືອງສຳຄັນໃນປະເທດລາວ

II. ເປີດຮັບແຟຣນຊາຍຂະຫຍາຍໄປທົ່ວປະເທດ

III. ເປີດຮັບໂຕແທນໃນປະເທດເພື່ອນບ້ານເຊັ່ນ ໄທ, ຫວຽດນາມ, ກຳປູເຈຍ ເພື່ອຂະຫຍາຍສາຂາໃນຕົວເມືອງສຳຄັນ

ດ້ວຍວິໄສທັດ ແລະ ເປົ້າໝາຍເທິງນີ້ທີມງານເຮົາຕ້ອງພັດທະນາຄຸນນະພາບ ແລະ ມາດຕະຖານໃນການບໍລິການຂອງເຮົາໃຫ້ເປັນສາກົນທີ່ສຸດ. ພວກເຮົາໝັ້ນໃຈເປັນຢ່າງຍິ່ງວ່າແບຣນທີຄອຟຈະກາຍເປັນແບຣນກາເຟທີ່ໂດ່ງດັງໄປທົ່ວພູມິພາກນີ້ ແລະ ຮັບຮູ້ໃນທົ່ວໂລກ

Our Services

ກ່ອນຈະໄດ້ມາເຊິ່ງກາເຟທີຄອຟ

ຄັດສັນເມັດກາເຟແທ້ຈາກເມືອງປາກຊ່ອງ

ປາກຊ່ອງ ຫຼື ເຂດພູພຽງບໍລະເວນເປັນເມືອງທີ່ມີຈຸດພິເສດ ແລະ ອຸດົມສົມບູນໄປດ້ວຍພູມສັນຖານ , ສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການຈະເລີນເຕີບໂຕຂອງຕົ້ນກາເຟບໍ່ວ່າຈະເປັນສະພາບອາກາດລະດັບຄວາມສູງຈາກນ້ຳທະເລ, ບັນດາແຮ່ທາດຕ່າງໆຈາກເຂດພູເຂົາໄຟລະເບີດເກົ່າ ເຊິ່ງປັດໃຈເຫຼົ່ານີ້ສົ່ງຜົນຕໍ່ຄຸນນະພາບກາເຟ ແລະ ເຮັດໃຫ້ເມັດກາເຟທີ່ມາຈາກເຂດພູພຽງບໍລະເວນມີລົດຊາດທີ່ເປັນເອກະລັກ.

ເມັດກາເຟສາຍພັນອາຣາບິກ້າ 100%

ສາຍພັນນີ້ມີຈຸດພິເສດຈະມີກິ່ນຫອມ ແລະ ມີລົດຊາດທີ່ເປັນເອກະລັກຕາມແຫຼ່ງເພາະປູກ, ປູກຍາກ, ລາຄາສູງ ຕ້ອງປູກໃນພື້ນທີ່ສູງກ່ວາລະດັບນ້ຳທະເລ 800 ແມັດຂຶ້ນໄປ ແລະ ອາລາບິກ້າເປັນສາຍພັນກາເຟທີ່ໄດ້ຮັບຄວາມນິຍົມສູງສຸດທົ່ວໂລກ.

ເຄື່ອງຈັກກາເຟຈາກອິຕາລີຄຸນະພາບສູງ

ອິຕາລີ້ເປັນປະເທດແລກທີ່ເລີ່ມຜະລິດ ແລະ ພັດທະນາຈັກກາເຟຈຶ່ງເຮັດໃຫ້ຫຼາຍຄົນມີຄວາມເຊື່ອ ໝັ້ນ ແລະ ນິຍົມໃຊ້ເພາະທຸກຈອກທີ່ສະກັດກາເຟອອກມາຈະມີຄຸນນະພາບ,ມີມາດຕະຖານສະໝໍ່າສະເໝີ.

ທີມງານການໄດ້ຮັບຝຶກຢ່າງມືອາຊີບ

- ກ່ອນຈະເປັນບາລິດຕ້າຂອງເຮົາຕ້ອງໄດ້ຮຽນຮູ້ອຸປະກອນທີ່ໃຊ້ສໍາລັບການຊົງກາເຟ.
- ຮຽນຮູ້ການເຮັດກາເຟເບື້ອງຕົ້ນ, ດ້ວຍການຊິມ ແລະ Test ຈົນກວ່າຈະເຂົ້າເຖິງລົດຊາດ.
- ຮຽນຮູ້ສູດກາເຟຂອງຮ້ານ ແລະ ໄດ້ມີການຝຶກອົບຮົມຢ່າງສະໝໍ່າສະເໝີເພື່ອຄົງມາດຕະຖານຂອງລົດ.

Download Application

Now application is available for App Store/Play Store

ດາວໂຫຼດແອັບເພື່ອສັ່ງຊື້ທີຄອຟສົ່ງເຖິງທີ່ໄດ້ແລ້ວທຸກສາຂາ

Menu & Pricing

ເມນູທີ່ໂດດເດັ່ນ

Signature Menu

JAVA CHIP FRAPPE

60,000 LAK

ICED ORANGE COFFEE

36,000 LAK

ICED COCONUT COFFEE

36,000 LAK

Recommend Menu

ICED CAPPUCINO

28,000 LAK

BLACK COFFEE HONEY

32,000 LAK

CLASSIC YOKURT

48,000 LAK

ທີຄອຟ 14 ສາຂາ

ປັດຈຸບັນທີຄອຟພວກເຮົາມີທັງໝົດ 14 ສາຂາກວມໃນນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ

13 ສາຂາ ໃນນະຄອນຫຼວງວຽງຈັນ

1 ສາຂາໃນນະຄອນຫຼວງພະບາງ

Behind our success

Our Team

Thinnakone PHETKHAMPHOU

Chairman

ໃນວັນທີ 11 ເດືອນ ພາຈິກ ປີ 2021 ເປັນວັນທີ່ ຮ້ານກາເຟ Treekoff ເຊິ່ງເປັນ “ແບຣນຮ້ານກາເຟຂອງຄົນລາວ ແລະ ບໍລິຫານໂດຍຄົນລາວຢ່າງແທ້ຈິງ” ໄດ້ປະກາດໂຕເຂົ້າມາມີສ່ວນຮ່ວມໃນຕະຫຼາດແຟຣນຊາຍຮ້ານກາເຟຂອງປະເທດລາວຢ່າງເປັນທາງການ. ທາງບໍລິສັດເຮົາມີທີມງານທີມີຄວາມຊຽວຊານທາງດ້ານການຂົ້ວເມັດກາເຟຕະຫຼອດເຖິງການຊົງເຄື່ອງດື່ມກາເຟທີ່ມີຄວາມເຂັມຂຸ້ນຈາກເມັດກາເຟທີ່ທາງທີມງານໄດ້ຄັດສັນມາຈາກ ເມືອງ ປາກຊອງ, ພູພຽງບໍລະເວດທີ່ມີການປູກຝັງຕົ້ນກາເຟທີ່ມີຄຸນນະພາບທີ່ສຸດໃນປະເທດລາວ. ເພາະສະນັ້ນແລ້ວການທີ່ພວກເຮົາເຂົ້າມີສ່ວນຮ່ວມໃນຕະຫຼາດແຟຣນຊາຍຮ້ານກາເຟແມ່ນເປັນເລື່ອງທີ່ທ້າທາຍຫຼາຍ, ເພາະຕ້ອງໄດ້ຮັບມື້ກັບ ການສ້າງຄວາມເສື່ອໝັນໃຫ້ກັບລູກຄ້າ ແລະ ການຮັບມືກັບ ຮ້ານກາເຟແບຣນອັນດັບຕົ້ນໆຂອງຕ່າງປະເທດ ທີ່ເຂົ້າມາມີສ່ວນແບ່ງໃນຕະຫຼາດປະເທດລາວ. ແຕ່ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເອງມີຄວາມເຊື່ອໝັນໃນທີມງານ ແລະ ການສະໜັບສະໜູນຈາກລູກຄ້າມາໂດຍຕະຫຼອດ, ເຊິ່ງເປັນແຮງພັກດັນໃຫ້ພວກເຮົາກ້າວໄປຂ້າງໜ້າ ແລະ ມີການພັດທະນາໃນທຸກໆອົງປະກອບທີ່ຈະນຳພາ ຮ້ານກາເຟ Treekoff ກ້າວໄປຊູ “ແບຣນຮ້ານກາເຟອັນດັບ 1 ຂອງປະເທດລາວ ແລະ ບໍ່ນ້ອຍໜ້າໄປກວ່າແບຣນຕ່າງປະເທດ.”

Ekkasith VIRADA

Chief Executive Officer

ທີຄອຟຄືແບຣນກາເຟທີ່ພວກເຮົາໄດ້ລີເລີ່ມຮ່ວມກັນ, ສ້າງສັນຂຶ້ນມາບົນພື້ນຖານຄື ເຮົາຕ້ອງການໃຫ້ກາເຟລາວມິຄຸນນະພາບສູ້ກັບກາເຟຕ່າງປະເທດໄດ້ຢ່າງສົມສັກສີ ພາຍໃນໂຈດດັ່ງກ່າວຂ້າພະເຈົ້າໄດ້ຕັ້ງໃຈຄັດສັນວັດຖຸດິບໂດຍການລົງໄປເບິ່ງ ແລະ ສຳພັດເມັດກາເຟເຖິງເມືອງ ປາກຊ່ອງ ຈົນໝັ້ນໃຈວ່າເມັດກາເຟທິ່ຂົ້ວມາໃຫ້ລູກຄ້າມີຄຸນນະພາບ ຈົນມາຮອດປັດຈຸບັນທີຄອຟເປັນທີ່ຮູ້ຈັກກັນທົ່ວໄປໃນນັກດື່ມກາເຟ, ທີຄອຟສາມາດຂະຫຍາຍໄປຄວບຄຸມພື້ນທີ່ສຳຄັນໃນນະຄອນຫຼວງວຽງຈັນ ຂ້າພະເຈົ້າເຊື່ອ ແລະ ໝັ້ນໃຈວ່າພາຍໃນອານາຄົດອັນໃກ້ນີ້ທີຄອຟຈະໄດ້ຮັບການຍອມຮັບຈາກນັກດື່ມທົ່ວໄປ ແລະ ທີິຄອຟຈະກາຍເປັນກາເຟແບຣນອັນດັນໜຶ່ງໃນປະເທດລາວ.

Souniluk SENGKEO

Chief Of Operation/Head Of Barista

ກ່ອນອື່ນໝົດນ້ອງຕ້ອງຂອບໃຈຜູ້ອໍານວຍການທີ່ໃຫ້ໂອກາດນ້ອງໄດ້ເຂົ້າມາບໍລິຫານໜ້າວຽກນີ້ ເຊິ່ງກ່ອນຈະໄດ້ມາເປັນແບຣນທີຄອຟຍ້ອນນ້ອງໄດ້ເຫັນເຖິງຄວາມຕັ້ງໃຈຂອງຜູ້ບໍລິຫານທຸກທ່ານທີ່ຢາກໃຫ້ຄົນລາວຫັນມາບໍລິໂພກຜະລິດຕະພັນຂອງຄົນລາວດ້ວຍກັນ, ນ້ອງຈຶ່ງໄດ້ມີໂອກາດເຂົ້າມາຮັບໜ້າທີ່ດູແລ ເລື່ອງຄຸນນະພາບ ແລະ ມາດຕະຖານຂອງເຄື່ອງດື່ມທຸກຈອກທີ່ເສີບໃຫ້ລູກຄ້າເຮົາໄດ້ຄັດສັນວັດຖຸດິບທີ່ມີຄຸນນະພາບແລະໃສ່ໃຈທຸກຂັ້ນຕອນເພື່ອຢາກໃຫ້ລູກຄ້າທີ່ເຂົ້າມາບໍລິໂພກມີຄວາມປະທັບໃຈ, ນ້ອງເຊື່ອວ່າແບຣນຂອງຄົນລາວກໍບໍ່ແພ້ແບຣນຂອງຕ່າງປະເທດ ແລະ ໃນອານາຄົດ ແບຣນ Treekoff ຈະກ້າວໄປສູ່ລະດັບສາກົນແນ່ນອນ.

ສົນໃຈເຂົ້າຮ່ວມເປັນແຟຣນຊາຍກັບ TREEKOFF

TREEKOFF FRANCHISE