About Us

Service Since 11/11/2021

Our Story

ສາຂາທຳອິດຄື ສາຂາ ໂພນທັນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທີຄອຟຈະຕອບໂຈດທ່ານທີ່ສຸດ

ທີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2023 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

Our Vision

ທີຄອຟຂອງເຮົາມີວິໄສທັດທີ່ຈະສ້າງແບຣນກາເຟເປັນອັນດັບໜຶ່ງໃນລາວ ແລະ ໃນພູມມິພາກອາຊີໂດຍແບ່ງອອກເປັນ 3 ໄລຍະດັ່ງນີ້:

I. ຂະຫຍາຍສາຂາໃຫ້ຄວບຄຸມຕົວເມືອງສຳຄັນໃນປະເທດລາວ

II. ເປີດຮັບແຟຣນຊາຍຂະຫຍາຍໄປທົ່ວປະເທດ

III. ເປີດຮັບໂຕແທນໃນປະເທດເພື່ອນບ້ານເຊັ່ນ ໄທ, ຫວຽດນາມ, ກຳປູເຈຍ ເພື່ອຂະຫຍາຍສາຂາໃນຕົວເມືອງສຳຄັນ

ດ້ວຍວິໄສທັດ ແລະ ເປົ້າໝາຍເທິງນີ້ທີມງານເຮົາຕ້ອງພັດທະນາຄຸນນະພາບ ແລະ ມາດຕະຖານໃນການບໍລິການຂອງເຮົາໃຫ້ເປັນສາກົນທີ່ສຸດ. ພວກເຮົາໝັ້ນໃຈເປັນຢ່າງຍິ່ງວ່າແບຣນທີຄອຟຈະກາຍເປັນແບຣນກາເຟທີ່ໂດ່ງດັງໄປທົ່ວພູມິພາກນີ້ ແລະ ຮັບຮູ້ໃນທົ່ວໂລກ